Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີວາງສີລາລຶກໂຄງການ

ໃນຕອນເຊົ້າຂອງ ວັນທີ 26 ກຸມພາ 2025 ທ່ານ ນ. ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າ ກົມພັດທະນາຊົນນະບົດ ເຂົ້າຮ່ວມພິທີວາງສີລາລຶກ ໂຄງການພັດທະນາຊົນນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ທີ່ ເມືອງປາກຊ່ອງ ແຂວງຈຳປາສັກ, ຈຸດປະສົງເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນຝຶກອົບຮົມກະສິກຳພາກໃຕ້ ພາຍໃຕ້ການຊ່ວຍເຫຼືອ ຂອງປະເທດ ສປ ເກົາຫຼີ ໂດຍຜ່ານອົງການ ກອຍກ້າ ປະຈຳລາວ (KOIKA). ພິທີດັ່ງກ່າວ ມີບັນດາທ່ານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ຕາງໜ້າສະຖານທູດເກົາຫຼີປະຈຳ ສປປ ລາວ, ຜູ້ປະສານງານໂຄງການຝ່າຍເກົາຫຼີ, ຄະນະກຳມະການປະສານງານໂຄງການຝ່າຍລັດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.