Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ສະຫຼຸບຕີລາຄາວຽກງານການຈັດຕັ້ງປະຕິບັດວຽກງານກົມພັດທະນາຊົນນະບົດ

ໃນລະຫວ່າງວັນທີ 17-18 ກຸມພາ 2025 ນີ້ ກົມພັດທະນາຊົນນະບົດກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານການຈັດຕັ້ງປະຕິບັດວຽກງານກົມພັດທະນາຊົນນະບົດປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນ ທີ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກອງປະຊຸມຄັ້ງນີ້ຈຸດປະສົງແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມທັງການແລກປ່ຽນຄໍາຄິດເຫັນຂອງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເພື່ອວາງມາດຕະການໃນການແກ້ໄຂຕໍ່ກັບວຽກງານພັດທະນາຊົນນະບົດ ແລະ ທິດທາງແຜນການໃນການຈັດຕັ້ງປະຕິບັດໃນປີ 2025, ເຊິ່ງໃນວັນທີ 18 ກຸມພາ 2025 ກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດຊີ້ນໍາ ຂອງທ່ານ ຮສ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານໄດ້ກ່າວວ່າວຽກງານດັ່ງກ່າວນີ້ເຫັນໄດ້ວ່າຜົນສໍາເລັດຫຼາຍດ້ານທີ່ຍາດມາໄດ້ ແຕ່ກໍ່ຍັງມີບາງຄາດໝາຍສູ້ຊົນທີ່ຍັງບໍ່ທັນສາມາດບັນລຸຕາມແຜນການ ຄື: 1) ການສ້າງຄອບຄົວພົ້ນທຸກ; 2) ການສ້າງບ້ານພົ້ນທຸກ; 3) ການສ້າງເມືອງພົ້ນທຸກ; 4) ການສ້າງບ້ານພັດທະນາ; 5) ການຂະຫຍາຍກອງທຶນພັດທະນາຂັັ້ນບ້ານ. ນອກນັັ້ນ, ການຈັດສັນທີ່ດິນທໍາການຜະລິດໃຫ້ປະຊາຊົນ ແລະ ການຈັດສັນອາຊີບໃຫ້ປະຊາຊົນແມ່ນບໍ່ສາມາດບັນລຸຕາມຄາດໝາຍສູ້ຊົນວາງໄວ້; ການເຄືີ່ອນຍ້າຍແຮງງານຈາກຊົນນະບົດ ເຂົ້າມາໃນຕົວເມືອງ ແລະໄປຕ່າງປະເທດ ນັບມື້ເພີ່ມຂຶ້ນ; ອັດຕາຄວາມແຕກໂຕນກັນ ກ່ຽວກັບລະດັບການພັດທະນາ ແລະ ຊີວິດການເປັນຢູ່ ລະຫວ່າງຊົນນະບົດ ກັບຕົວເມືອງຢູ່ປະເທດເຮົາ ຍັງແຕກຕ່າງກັນຫຼາຍ. ເຊິ່ງເປັນບັນຫາທ້າທາຍໃຫຍ່ຫຼວງ ທີ່ເລັ່່ງທວງໃຫ້ຕ້ອງສ້າງບາດກ້າວບຸກທະລຸຢ່າງຈິງຈັງ, ເລັ່ງປັບປຸງ ແລະ ແກ້ໄຂຂໍ້ຄົງຄ້າງຈໍານວນໜຶີ່ງທີ່ແກ່ຍາວມາດົນແລ້ວ. ເພື່ອສືບຕໍ່ໃຫ້ບັນລຸຕາມຄາດໝາຍສູ້ຊົນໃນຕໍ່ໜ້າທ່ານຍັງໄດ້ເນັ້ນໜັກບາງບັນຫາທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະບັດຕິບັດໃນ ປີ 2025 ເຊິ່ງເປັນປີສໍາຄັນ ເພາະເປັນປີສຸດທ້າຍ ໃນການຈັດຕັັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັັ້ງທີ IX, ຖືເປັນປີແຫ່ງການ "ບຸກບືນສູ້ຊົນສູງສຸດ", ໂດຍສະເພາະ ບັນດາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ມອບໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍຕ້ອງມີເປົ້າໝາຍທີ່ລະອຽດ, ຊັດເຈນ, ຫັນເປັນໂຄງການ, ສຸມງົບປະມານ ແລະ ບຸກຄະລາກອນ ເຂົ້າໃສ່ ຢ່າງມີປະສິດທິຜົນ; ເອົາໃຈໃສ່ ຈັດຕັັ້ງປະຕິບັດໜ້າທີ່ກອງເລຂາ ຂອງ ຄະນະຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັັ້ນສູນກາງ ຕາມຂໍ້ຕົກລົງ ເລກທີ 121/ນຍ ໃຫ້ໄດ້ມີປະສິດທິພາບ, ຮີບຮ້ອນ ກວດກາ ແລະ ປັບປຸງຄືນ ລະບອບແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ ແລະ ສອດຄ່ອງໃນສະພາບເງື່ອນໄຂໃໝ່, ທັງເຮັດໜ້າທີ່ໃນການພົວພັນປະສານງານ ກັບຂະແໜງການກ່ຽວຂ້ອງ ຂັັ້ນສູນກາງ ແລະ ທ້ອງຖິ່ນ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ເພືີ່ອສ້າງໃຫ້ປະຊາຊົນຢູ່ເຂດຊົນນະບົດມີຊີວິດການເປັນຢູ່ທີ່ດີຂຶ້ນ, ຮີບຮ້ອນສ້າງຍຸດທະສາດຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ແລະ ຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ສໍາເລັດ ເພືີ່ອເປັນບ່ອນອີງ ໃນການຈັດຕັັ້ງປະຕິບັດວຽກງານ, ເຊິ່ງໃນຕອນທ້າຍທ່ານຍັງກ່າວຕື່ມວ່າເນື້ອໃນຜົນຂອງກອງປະຊຸມຄັ້ງນີ້ລວມທັງບັນດາຄໍາຄິດຄໍາເຫັນ ແລະ ບັນດາແຜນວຽກທີ່ວາງໄວ້ບັນດາພາກສ່ວນກ່ຽວຂ້ອງຈະນໍາໄປຜັນຂະຫຍາຍເປັນແຜນວຽກ ແລະ ແບ່ງຄວາມຮັບຜິດຊອບ, ມີການຕິດຕາມກວດກາ ລາຍງານ ເພື່ອຮັກສາມູນເຊື້ອຜົນງານອັນດີງາມທີ່ຍາດມາໄດ້ ແລະ ສືບຕໍ່ແກ້ໄຂຈຸດອ່ອນຄົງຄ້າງເພື່ອໄດ້ມີຜົນສໍາເລັດຕາມຄາດໝາຍສູ້ຊົນທີ່ວາງໄວ້.

ແຫຼ່ງຂ່າວຈາກ: ຂ່າວສານກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ