Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

"ຮ່າງ" ຍຸດທະສາດພັດທະນາຊົນນະບົດ

ໃນວັນທີ 11 ກຸມພາ 2025 ຜ່ານມາ, ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມປະທານ ຄະນະຮັບຜິດຊອບຊີ້ນໍາລວມ ສ້າງຮ່າງຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຕັ້ງກອງປະຊຸມ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຮອດປີ 2035 ແລະ ວິໄສທັດ 2050 ຂຶ້ນ ທີ່ ຫ້ອງປະຊຸມ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານໃນຄະນະຊີ້ນໍາລວມ, ຄະນະວິຊາການ, ກອງເລຂາ ແລະ ຜູ້ຊົງຄຸນວຸດທິ ເຂົ້າຮ່ວມທັງໝົດ 32 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ລະດົມແນວຄວາມຄິດ-ຄໍາຄິດເຫັນໃສ່ ຮ່າງຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຮອດປີ 2035 ແລະ ວິໄສທັດ 2050.

ໃນໄລຍະຜ່ານມາແມ່ນ ຄຳສັ່ງແນະນຳ ວ່າດ້ວຍການສ້າງແຜນງານລຶບລ້າງຄວາມທຸກຍາກ, ສະບັບເລກທີ 10/ນຍ, ວັນທີ 29 ມີຖຸນາ 2001, ຊຶ່ງໄດ້ກໍານົດຕົວຊີ້ບອກ ວັດແທກຄວາມທຸກຍາກ ທີ່ມີພື້ນຖານດ້ານວິທະຍາສາດ ຢ່າງຄັກແນ່. ຈາກນັ້ນ ລັດຖະບານ ກໍໄດ້ສືບຕໍ່ຜັນຂະຫຍາຍທິດທາງແຜນນະໂຍບາຍ ທີ່ກ່ຽວຂ້ອງຂອງພັກ ສົມທົບໃສ່ເປົ້າໝາຍສະຫັດສະຫວັດດ້ານການພັດນາ MDG ມາເປັນທິດທາງ “ຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ” (NGPES) ທີ່ເປັນການສົມທົບທ່າແຮງຂອງຊາດ ເຂົ້າກັບກຳລັງແຮງຂອງສາກົນ ສຸມໃສ່ນຳເອົາຄວາມສົມບູນພູມສຸກມາໃຫ້ປະຊາຊົນບັນດາເຜົ່າ. ຍຸດທະສາດສະບັບນັ້ນໄດ້ເນັ້ນໃສ່ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຄຽງຄູ່ໄປກັບການຊຸກຍູ້ການເຕີມໂຕທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ມາຮອດປະຈຸບັນ ຍຸດທະສາດການເຕີບໂຕ ລຶບລ້າງຄວາມທຸກຍາກແຫ່ງຊາດ (2003-2020) ກໍຄືເປົ້າໝາຍສະຫັດສະຫວັດຂອງການພັດທະນາ (2001-2015) ໄດ້ສິ້ນສຸດກຳນົດເວລາໃນການຈັດຕັ້ງປະຕິບັດແລ້ວ. ວົງສາຄະນາຍາດສາກົນກໍໄດ້ ວາງເປົ້າໝາຍການພັດທະນາແບບຢືນຍົງ SDG (2016-2030) ໂດຍໄດ້ຖືເອົາ “ການລຶບລ້າງຄວາມທຸກຍາກໃນທຸກໆຮູບແບບຢູ່ທຸກບ່ອນ” ເປັນເປົ້າໝາຍທີ່ໜຶ່ງຂອງຕົນ (SDG1). ສປປ ລາວ ກໍໄດ້ຮອງຮັບເອົາເປົ້າໝາຍດັ່ງກ່າວ ມາຜັນຂະຫຍາຍເຂົ້າໃນ ສະພາບຄວາມເປັນຈິງຂອງຕົນ.

ດັ່ງນັ້ນ, ມັນມີຄວາມຈຳເປັນຢ່າງຍິ່ງ, ທີ່ຈະຕ້ອງໄດ້ສະຫລຸບຕີລາຄາ ຍຸດທະສາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ໂດຍສະເພາະແມ່ນທາງດ້ານການລຶບລ້າງຄວາມທຸກຍາກ ໂດຍການ ຜັນຂະຫຍາຍ ຄຳສັ່ງ 097/ກມສພ, ວ່າດ້ວຍການເພີ່ມທະວີ ການນຳພາຊີ້ນຳວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 6 ທິດນໍາ, 12 ໜ້າທີ່ຈຸດສຸມ ແລະ 6 ມາດຕະການ ໃຫ້ເປັນ ແຜນງານ, ໂຄງການ ລະອຽດເຂົ້າສູ່ຕົວຈິງ.

ໃນກອງປະຊຸມ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ປະທານກອງປະຊຸມໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຮອດປີ 2035 ແລະ ວິໄສທັດ 2050 ຊຶ່ງຈະກາຍເປັນບ່ອນອີງອັນສໍາຄັນໃນການເຄື່ອນໄຫວວຽກງານຂອງຂະແໜງການ ໃຫ້ມີຄວາມເໝາະສົມ, ແທດເຖິງຕົວຈິງກັບສະພາບຄວາມທຸກຍາກ ຢູ່ ສປປ ລາວ ໃນປະຈຸບັນ ແລະ ພ້ອມກັນຄົ້ນຄ້ວາ ກໍານົດ ທິດທາງ, ວິໄສທັດ, ເປົ້າໝາຍລວມ ຂອງຍຸດທະສາດ ຄວນຈະສຸມໃສ່ວຽກງານໃດ ເປັນຕົ້ນຕໍ, ເພື່ອເຮັດໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຕັ້ງປະຕິບັດຢ່າງຮອບດ້ານ ແລະ ມີຈຸດສຸມເປົ້າໝາຍທີ່ລະອຽດຈະແຈ້ງ ສາມາດປະຕິບັດຢ່າງໂລ່ງລ່ຽນ ກົມກ່ຽວກັນ.