ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງຊາດ
ໃນຕອນເຊົ້າ ຂອງວັນທີ 27 ມັງກອນ 2025 ນີ້ ກົມພັດທະນາຊົນນະບົດ ໄດ້ຈັດພິທີປະຖະກະຖາ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຂຶ້ນ ຢູ່ ຫ້ອງປະຊຸມໃຫຍ່ຂອງກົມພັດທະນາຊົນນະບົດ ພາຍໃຕ້ການເປັນປະທານຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າໂຄງການ, ຮອງຫົວໜ້າພະແນກ, ຮອງຫົວໜ້າໂຄງການ ແລະ ພະນັກງານ-ລັດຖະກອນພາຍໃນກົມ ເຂົ້າຮ່ວມ.
ໃນພິທີ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງບັນດາເນື້ອໃນຈິດໃຈຂອງ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ແລະ ສົມທຽບຖອດຖອນບົດຮຽນ ເພື່ອນຳມາໝູນໃຊ້ເຂົ້າພັດທະນາເສດຖະກິດ-ສັງຄົມຊາດ ກໍ່ຄືວຽກງານຕິດພັນກັບການແກ້ໄຂຄວາມທຸກຍາກ ຢ່າງແທດເໝາະກັບສະພາບຕົວຈິງ; ໃນນັ້ນ: ທ່ານໄດ້ຍົກໃຫ້ເຫັນ ກ່ຽວກັບການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ໂດຍສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນທົ່ວປະເທດ ແລະ ປັບປຸງລະບົບພື້ນຖານຂອງເສດຖະກິດຕະຫຼາດໃຫ້ສົມບູນ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ ໂດຍປັບປຸງໂຄງປະກອບ ແລະ ກົນໄກ ທີ່ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ຄົບຖ້ວນ, ບູລະນະ ແລະ ປັບປຸງລະບຽບການທຸລະກິດຂັ້ນພື້ນຖານຂອງຊົນນະບົດໃຫ້ສົມບູນ, ປັບປຸງລະບຽບການສະໜັບສະໜູນທີ່ສ້າງຄວາມເຂັ້ມແຂງໃຫ້ກັບກະສິກຳ ແລະ ລົງເລິກປະຕິຮູບລະບຽບການດ້ານທີ່ດິນ, ການປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ ເປັນຕົ້ນແມ່ນ ເປີດກວ້າງປະຕູສູ່ພາຍນອກດ້ານລະບຽບຢ່າງໝັ້ນທ່ຽງ, ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຢູ່ຕ່າງປະເທດ, ປັບປຸງກົນໄກທີ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ສົມບູນ, ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ໂດຍການເພີ່ມທະວີການສ້າງລະບອບປະຊາທິປະໄຕປະຊາຊົນເປັນເຈົ້າຂອງປະເທດຊາດ, ປັບປຸງກົນໄກປະຊາທິປະໄຕແບບປຶກສາຫາລືໃຫ້ຄົບຖ້ວນ, ປັບປຸງລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ ແລະ ປັບປຸງສະພາບການເຮັດວຽກແນວໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ, ການປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ, ລົງເລິກປະຕິຮູບໃນຂົງເຂດນິຕິບັນຍັດ, ລົງເລິກຊກຍູ້ການບໍລິຫານລັດຕາມກົດໝາຍ, ປັບປຸງກົນໄກຊຸກຍູ້ການສ້າງສັງຄົມທີ່ຄຸ້ມຄອງຕາມກົດໝາຍໃຫ້ສົມບູນ ແລະ ເພີ່ມທະວີການສ້າງການປົກຄອງປະເທດຕາມກົດໝາຍທີ່ກ່ຽວກັບຂ້ອງກັບຕ່າງປະເທດ, ປັບປຸງລະບົບລະບຽບການຮັບປະກັນ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັ້ນໃຫ້ຄົບຖ້ວນ ໂດຍປັບປຸງລະບົບລະບຽບການແບ່ງປັນລາຍຮັບໃຫ້ສົມບູນ, ປັບປຸງນະໂຍບາຍຖືການປະກອບອາຊີບເປັນບູລິມະສິິດໃຫ້ສົມບູນ, ປັບປຸງລະບົບການປະກັນສັງຄົມໃຫ້ຄົບຖ້ວນ ແລະ ລົງເລິກປະຕິຮູບໂຄງປະກອບສາທາລະນະສຸກ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງຂອງຊາດ ໂດຍເນັ້ນໃສ່ປັບປຸງລະບົບຄວາມໝັ້ນຄົງຂອງຊາດໃຫ້ຄົບຖ້ວນ ແລະ ປັບປຸງກົນໄກຄຸ້ມຄອງຄວາມສະຫງົບທາງສັງຄົມໃຫ້ສົມບູນ, ຍົກສູງການນຳພາຂອງພັກຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ທັນສະໄໝແບບຈີນ ໂດຍຍຶດໝັ້ນການນຳພາແບບລວມສູນເປັນເອກະພາບຂອງພັກຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ລົງເລິກປະຕິຮູບລະບຽບການກໍ່ສ້າງພັກ, ລົງເລິກຊຸກຍູ້ການແບບແຜນຂອງພັກ, ການປົກຄອງແບບປອດໃສຂາວສະອາດຂອງລັດ ແລະ ການຕ້ານການຊໍລາດບັງຫຼວງ ແລະ ກຳແໜ້ນການຈັດຕັ້ງປະຕິບັດການປະຕິຮູບໃຫ້ດີດ້ວຍຈິດຕອກຕະປູ.
ໂອກາດນີ້ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ໄດ້ຮຽກຮ້ອງບັນດາຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຮ່ຳຮຽນເອົາບັນດາບົດຮຽນອັນລ້ຳຄ່າຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຄັ້ງນີ້ ເພື່ອນຳໄປໝູນໃຊ້ເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.