Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ກອງປະຊຸມວິຊາການ

ໃນຕອນເຊົ້າຂອງວັນທີ 26 ສິງຫາ 2024, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ວິຊາການ ກ່ຽວກັບກອງປະຊຸມວິຊາການ ກ່ຽວກັບການກະກຽມດຳເນີນການປະເມີນ ການພົ້ນທຸກ ແລະ ພັດທະນາ ໃນຂອບເຂດທົ່ວປະເທດ ປະຈຳປີ 2024 ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ (ວັນທີ 26-27 ສິງຫາ 2024) ທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າຈາກກຳມະທິການບັນດາເຜົ່າ ສະພາແຫ່ງຊາດ, ຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພັດທະນາຊົນນະບົດ 18 ແຂວງທົ່ວປະເທດ ພ້ອມດ້ວຍພະນັກງານວິຊາການຈາກກົມທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 106 ທ່ານ, ຍິງ 17 ທ່ານ.