ກົມພັດທະນາຊົນນະບົດຕ້ອນຮັບຄະນະຊ່ຽວຊານຈາກປະເທດ ຍີ່ປຸ່ນ
ວັນທີ 01 ສິງຫາ 2024 ນີ້, ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄອນໂດ້ະ ທາເຄຊິ (KONDO TAKASHI) ຕາງໜ້າຜູ້ອຳນວຍການສະມາຄົມຊາວກະສິກອນ ເມືອງເຊັນຊຸຈິ (Zen Tsuji) ພ້ອມດ້ວຍຄະນະຊ່ຽວຊານ ຈາກປະເທດ ຍີ່ປຸ່ນ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ລາຍງານແຜນການເຄື່ອນໄຫວຂອງຄະນະທີ່ຈະລົງໄປຕິດຕາມ ຊຸກຍູ້ ໂຄງການຊຽງຂວາງ-ຄະງະວະ-ອົງການໄຈກາ ປະຈໍາ ສປປລາວ ເພື່ອພັດທະນາກະສິກຳແບບຍືນຍົງ (ທົດລອງ) ທີ່ແຂວງຊຽງຂວາງ ໃຫ້ຝ່າຍລາວຮັບຊາບ.
ໂອກາດດັ່ງກ່າວ, ທ່ານ ບົວຫົງ ຄຳຫາ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຄອນໂດ້ະ ທາເຄຊິ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ລາຍງານແຜນການເຄື່ອນໄຫວວຽກງານຂອງຕົນ ໃນຄັ້ງນີ້. ພ້ອມທັງຕີລາຄາສູງ ຕໍ່ຄະນະຊ່ຽວຊານ ທີ່ໄດ້ເອົາໃຈໃສ່ເປັນຢ່າງດີ ໃນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານສົ່ງເສີມການປູກພືດທາງເລືອກ ດ້ວຍການຝຶກອົບຮົມ ເຕັກນິກການເພາະປູກພືດທາງເລືອກທີ່ແທດເໝາະກັບສະພາບແວດຂອງພື້ນທີ່, ສ້າງສີມືແຮງງານ ແລະ ໃຫ້ທຶນຊ່ວຍເຫຼືອແກ່ກຸ່ມສະຫະກອນໃນເຂດພື້ນທີ່ຂອງໂຄງການ ໃນໄລຍະຜ່ານມາ ແລະ ອື່ນໆ.
ທ່ານ ຄອນໂດ້ະ ທາເຄຊິ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ຫົວໜ້າກົມພັດທະນາຊົນນະບົດ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ຕ້ອນຮັບໃນຄັ້ງນີ້ ພ້ອມທັງລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການຊຽງຂວາງ-ຄະງະວະ-ອົງການໄຈກາ ປະຈໍາ ສປປລາວ ເພື່ອພັດທະນາກະສິກຳແບບຍືນຍົງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານ ການສົ່ງເສີມການປູກພືດທາງເລືອກ ເພື່ອສ້າງອາຊີບ ແລະ ລາຍຮັບ ໃຫ້ກຸ່ມຊາວກະສິກອນໃນເຂດພື້ນທີ່ດັ່ງກ່າວ ພ້ອມທັງຢືນຢັນວ່າ ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ການຊ່ວຍເຫຼືອແກ່ກຸ່ມຊາວກະສິກອນຂອງ ສປປ ລາວ ໃຫ້ໄດ້ຮັບບການພັດທະນາ ແລະ ຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນ ໄດ້ມີອາຊີບຄົງທີ່ ແລະ ຍືນຍົງ.