Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ວັນທີ 14 ມິຖຸນາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ໜ່ວຍພັກຮາກຖານກົມພັດທະນາຊົນນະບົດ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 10 ສະຫາຍ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບົວຫົງ ຄຳຫາ, ເລຂາໜ່ວຍພັກຮາກຖານກົມພັດທະນາຊົນນະບົດ, ມີບັນດາສະຫາຍຮອງເລຂາໜ່ວຍພັກ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານກົມພັດທະນາຊົນນະບົດ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ຄຳບ່ຽງ ໄພມະນີ ຕ່າງໜ້າກອງເລຂາຄະນະຈັດຕັ້ງພິທີ ໄດ້ຂຶ້ນຜ່ານມະຕິຕົກລົງຮັບຮອງເອົາສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ. ພ້ອມດຽວກັນ, ສະຫາຍປະທານ ກໍ່ໄດ້ມອບມະຕິຕົກລົງໃຫ້ສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ.

 ໃນໂອກາດດັ່ງກ່າວ ສະຫາຍ ບົວຫົງ ຄຳຫາ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມາຊິກພັກສົມບູນໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າຮັບຜິດຊອບ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ ແລະ ສາມາດກໍາແໜ້ນໄດ້ 5 ຫຼັກການ 3 ທິດນຳຂອງພັກ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ທີ່ຖືກມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.

ຂ່າວ: ກຸ່ມວຽກຂໍ້ມູນຂ່າວສານ, ພະແນກບໍລິຫານ ແລະ ແຜນການ

#ກົມພັດທະນາຊົນນະບົດ 

#ກພຊ 

#DRD