ກອງປະຊຸມຄະນະຊີ້ນຳໂຄງການ ລພຊ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024
ໃນວັນທີ 16 ກຸມພາ 2024 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄະນະນໍາຊີ້ນໍາໂຄງການຂອງຕົນຂຶ້ນທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆ ຊຽງຂວາງ, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆ ຫົວພັນ. ມີບັນດາກົມ, ຫົວໜ້າ-ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ-ຫົວພັນ-ອຸດົມໄຊ-ຜົ້ງສາລີ, ຜູ້ປະສານງານໂຄງການຂັ້ນສູນກາງ, ແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມຄົ້ນຄວ້າປຶກສາຫາລື ຄັ້ງວັນທີ 14-15 ກຸມພາ ຜ່ານ ຊື່ງກອງປະຊຸມໄດ້ພ້ອມກັນລົງເລິກຄົ້ນຄວ້າ, ປຶກສາຫາລື ກ່ຽວກັບຮ່າງບົດສະຫຼຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານໂຄງການ ລພຊ ໃນປີ 2023 ແລະ ແຜນການປີ 2024, ໂດຍໄດ້ພ້ອມກັນລົງເລິກຕີລາຄາ ກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ, ອັນຄົງຄ້າງ, ສາເຫດ ເພື່ອສືບຕໍ່ເສີມຂະຫຍາຍ, ປັບປຸງປະຕິບັດໂຄງການ ໃນໄລຍະ 2. ໂອກາດນີ້ ທ່ານ ນ. ບາແກ້ວ ສຸວັນນະລາດ ຮອງຫົວໜ້າກົມພັດທະນາຊົນນະບົດ ໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃຫ້ຮູ້ວ່າ: ໄດ້ສໍາເລັດການເກັບກໍາຂໍ້ມູນເພື່ອປະເມີນສະພາບພົ້ນທຸກຕາມດໍາລັດ 348/ລບ ໃນຂອບເຂດທົ່ວປະເທດ, ໄດ້ສະໜອງຂໍ້ມູນໃຫ້ແກ່ບັນດາໂຄງການຕ່າງໆ ແລະແຜນຊ່ວຍເຫຼືອທາງດ້ານສັງຄົມອື່ນໆ ການອອກບັດປະກັນສັງຄົມໃຫ້ຄອບຄົວທຸກຍາກໃຫ້ເຂົ້າເຖິງສາທາລະນະສຸກແບບບໍ່ເສຍຄ່າ; ໄດ້ສໍາເລັດການສ້າງລະບົບບັນຊີລາຍຈ່າຍ, ຕາຕະລາງການຈ່າຍ, ການລາຍງານຄວາມຄືບໜ້າຂອງການຈ່າຍ ແລະ ການສະຫຼຸບການຈ່າຍໃນແຕ່ລະງວດ, ສໍາເລັດການຈັດຕັ້ງປະຕິບັດການລົງທະບຽນຜູ້ໄດ້ຮັບຜົນປະໂຫຍດ, ການຮັບຂໍ້ສະເໜີ, ການຕິດຕາມການປະຕິບັດເງື່ອນໄຂ, ການປັບປຸງຂໍ້ມູນຜູ້ໄດ້ຮັບຜົນປະໂຫຍດ ໃນ 4 ແຂວງ 12 ເມືອງ ລວມມີ 22,954 ຄົນ; ໄດ້ສໍາເລັດການເຈລະຈາຕໍ່ໂຄງການໄລຍະ 2 ຊື່ງກວມເອົາ7 ແຂວງ 25 ເມືອງ, ສໍາເລັດການກະກຽມເອກະສານ ຄູ່ມືການຈັດຕັ້ງປະຕິບັດໂຄງການ, ສໍາເລັດການລົງກວດກາຊັຍສິນໂຄງການ ຢູ່ 4 ແຂວງ. ນອກຈາກນີ້ ໄດ້ລາຍງານກ່ຽວກັບແຜນວຽກໃນປີ 2024 ຕື່ມອີກ. ໃນທີ່ປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງາານຂອງໂຄງການເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າ.
ໃນຕອນທ້າຍ ຄະນະປະທານ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ແລະ ໄດ້ສະເໜີຄະນະຄຸ້ມຄອງໂຄງການທຸກຂັ້ນຕ້ອງເອົາໃຈໃສ່ເຮັດໜ້າທີ່ປະສານງານ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢ່າງໃກ້ສິດ ໂດຍມີການປຶກສາຫາລືກັນຮ່ວມກັນແກ້ໄຂບັນຫາ ເປັນແຕ່ລະໄລຍະ; ສໍາລັບແຜນການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2024 ໃຫ້ເບິ່ງຄືນ ກິດຈະກຳໄດທີ່ຍັງບໍ່ສຳເລັດ ແລະ ເປັນຂໍ້ຄົງຄ້າງ ແມ່ນໃຫ້ເອົາເຂົ້າເປັນແຜນວຽກບູລິມະສິດ ຮີບເລັ່ງດ່ວນແກ້ໄຂ ເພື່ອ ກະກຽມປິດໂຄງການ ໄລຍະ I ໄດ້ທັນກັບເວລາທີ່ກໍານົດໄວ້; ສຳລັບການກະກຽມໂຄງການ ໄລຍະ II ແມ່ນໃຫ້ເບິ່ງຄືນການກໍານົດອອກແບບ ໂຄງການແມ່ນໃຫ້ຖືເອົາບົດຮຽນ ຜົນສຳເລັດ ຂອງໂຄງການໄລຍະ I ໄປຜັນຂະຫຍາຍນຳໃຊ້ ແລະ ໃນການຈັດຕັ້ງປະຕິບັດກໍ່ໃຫ້ຖ່ວງທັນກັບໄລຍະເວລາທີ່ກຳນົດໄວ້.
ແຫຼ່ງຂ່າວຈາກ: Facebook Page ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ