Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ລົງຢ້ຽມຢາມບ້ານເປົ້າໝາຍ ບ້ານນາທອງ ເມືອງຄຳ ແຂວງຊຽງຂວາງ

ໃນວັນທີ 15 ກຸມພາ 2024, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຢ້ຽມຢາມບ້ານເປົ້າໝາຍ ບ້ານນາທອງ ເມືອງຄຳ ແຂວງຊຽງຂວາງ ເປັນກຽດເຂົ້່າຮ່ວມໂດຍ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຜູ້ຕາງໜ້າຈາກຄະນະຊີ້ນໍາໂຄງ ການຂັ້ນແຂວງ (ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງເປົ້າໝາຍໂຄງການ), ຄະນະປະສານງານຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນປະໂຫຍດ. ໃນກອງປະຊຸມດັ່ງກ່າວໄດ້ປຶກສາຫາລື ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ຢູ່ທີ່ບ້ານນາທອງ ເມືອງຄຳ ແຂວງຊຽງຂວາງ ແລະ ລົງຢ້ຽມຢ້າມໂອ້ລົມຄອບຄົວທີ່ໄດ້ຮັບຜົນປະໂຫຍດຂອງໂຄງການ.

ຂ່າວໂດຍ: ກຸ່ມວຽກຂໍ້ມູນຂ່າວສານກົມພັດທະນາຊົນນະບົດ