ກອງປະຊຸມການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023
ຕອນບ່າຍຂອງວັນພຸດ,
ວັນທີ 23 ສິງຫາ 2023,
ຢູ່ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ
ກ່ຽວກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023
ຂອງກໍາມະບານຮາກຖານກົມພັດທະນາຊົນນະບົດ
ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເປັນປະທານຂອງສະຫາຍ ນາງ
ແວວມະນີ ເທບພະວົງ ຄະນະພັກກົມພັດທະນາຊົນບົດ,
ຮອງປະທານສະຫະພັນແມ່ຍິງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຫາຍ ວໍລະວຸດ ລິນທະວົງ
ປະທານໜ່ວຍກຳມະບານຮາກຖານ ກົມພັດທະນາຊົນນະບົດ, ຄະນະກຳມະບານ,
ຫົວໜ້າໜ່ວຍ, ຮອງໜ່ວຍ ແລະ ສະມາຊິກກໍາມະບານພາຍໃນຮາກຖານກົມພັດທະນາຊົນນະບົດ
ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີພາຍຫຼັງຄະນະຈັດຕັ້ງສະເໜີຈຸດປະສົງ
ແລະ ຜູ້ເຂົ້າຮ່ວມ,
ໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍ
ການບົ່ງຕົວແຕ່ງຕັ້ງຫົວໜ້າຈຸ,ຮອງຈຸກຳມະບານ ທີ່ຂຶ້ນກັບໜ່ວຍກຳມະບານຮາກຖານ
ກົມພັດທະນາຊົນນະບົດ, ຜ່ານ ຂໍ້ຕົກລົງວ່າດ້ວຍ
ການແຕ່ງຕັ້ງຕັ້ງຄະນະຮັບຜິດຊອບບັ້ນດຳເນີນການປະເມີນຂະບວນການແຂ່ງຂັນ 5
ເປັນເຈົ້າຂອງໜ່ວຍກຳມະບານຮາກຖານ ກົມພັດທະນາຊົນບົດ,
ຜ່ານແຜນການດຳເນີນການປະເມີນຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023
ຂອງໜ່ວຍກຳມະບານຮາກຖານ ກົມພັດທະນາຊົນນະບົດ.
ຈາກນັ້ນ
ສະຫາຍ ວໍລະວຸດ ລິນທະວົງ ປະທານໜ່ວຍກຳມະບານຮາກຖານ ກົມພັດທະນາຊົນນະບົດ ໄດ້ຂຶ້ນຜ່ານ
ເອກະສານບົດແນະນຳ ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ
ຂອງສະຫະພັນກຳມະບານລາວ, ສະບັບເລກທີ 284/ສກລ,
ລົງວັນທີ 17 ມີີນາ 2021; ຜ່ານ ເອກະສານ ແບບຟອມປະເມີນສະມາຊິກກຳມະບານ 5 ເປັນເຈົ້າ
ປະຈຳປີ 2023 ແລະ ເອກະສານ ແນະນຳການປະກອບເອກະສານລາຍງານໃນການປະເມີນຂະບວນການຂໍ້ແຂ່ງຂັນ
5 ເປັນເຈົ້າ ປະຈຳປີ 2023.
ໂອກາດດັ່ງກ່າວ
ໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ແວວມະນີ ເທບພະວົງ ຄະນະພັກກົມພັດທະນາຊົນບົດ, ຮອງປະທານສະຫະພັນແມ່ຍິງ ກະຊວງກະສິກຳ
ແລະ ປ່າໄມ້,
ເຊິ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກກໍາມະບານຮາກຖານກົມພັດທະນາຊົນນະບົດ
ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ,
ສຶກສາອົບຮົມການເມືອງແນວຄິດໜັກແໜ້ນເຂັ້ມແຂງ,
ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີເປັນປຶກແຜນພາຍໃນ,
ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານ,
ຕ້ອງພັດທະນາຕົນເອງ, ເປັນແບບຢ່າງທີດີ,
ຕ້ານ ແລະ ສະກັດກັນປະກົດການຫຍໍ້ທໍ້ໃນສັງຄົມ.
ພາບ/ຂ່າວ:
ອາເຫຼັກໄຊພອນ ເຂັມມະໄລ.