ໜ່ວຍສະຫະພັນແມ່ຍິງພະແນກບໍລິຫານ ແລະ ແຜນການ ຂອງ ກົມພັດທະນາຊົນນະບົດ
ໃນຕອນບ່າຍ ຂອງວັນທີ 18 ສິງຫາ 2023, ເວລາ 13:30 ໂມງ ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດວຽກງານ 03 ດີ ປະຈໍາປີ 2023 ຂອງຈຸແມ່ຍິງພະແນກບໍລິຫານ ແລະ ແຜນການ, ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຂັນແກ້ວ ແກ້ວໄມພິດ ຮອງປະທານໜ່ວຍແມ່ຍິງຮາກຖານກົມພັດທະນາຊົນນະບົດ ແລະ ສະຫາຍນາງ ເພັດມະນີ ທະວິໃສ ຫົວໜ້າຈຸແມ່ຍິງພະແນກບໍລິຫານ ແລະ ແຜນການ ໃນນັ້ນມີ ຮອງຫົວໜ້າຈຸ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຈຸ ເຂົ້າຮ່ວມທັງໝົດ 07 ສະຫາຍ.
ກອງປະຊຸມຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ນ. ເພັດມະນີ ທະວິໃສ ຫົວໜ້າຈຸ ພະແນກບໍລິຫານ ແລະ ແຜນການ ກ່າວເປີດກອງປະຊຸມປະເມີນ, ຕີລາຄາຄຸນນະພາບ ແລະ ຈັດປະເພດສະມາຊິກແມ່ຍິງ ຂອງຈຸແມ່ຍິງພະແນກບໍລິຫານ ແລະ ແຜນການ ຕາມຂໍ້ແຂ່ງຂັນ 03 ດີ ເພື່ອຕີລາຄາດ້ານດີ-ດ້ານຕັ້ງໜ້າ, ດ້ານອ່ອນ-ດ້ານຄົງຄ້າງ , ມາດຕະການໃນການແກ້ໄຂ ແລະ ມີແບບແຜນການເຄື່ອນໄຫວໃນຕໍ່ໜ້າ.
ຈາກນັ້ນ, ສະຫາຍນາງຂັນແກ້ວ ແກ້ວໄມພິດ ຮອງປະທານໜ່ວຍແມ່ຍິງຮາກຖານກົມພັດທະນາຊົນນະບົດ
ໄດ້ໃຫ້ທິດຊີ້ນຳ ເປັນເຂັມທິດເຍື່ອງທາງໃຫ້ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3
ດີ ຄື:
ພົນລະເມືອງດີ,
ພັດທະນາດີ
ແລະ
ສ້າງຄອບຄົວດີ
ແລະ
ມອບໃຫ້ແຕ່ລະສະຫາຍອ່ານຜ່ານດ້ານດີ-ດ້ານຕັ້ງໜ້າ,
ດ້ານອ່ອນ-ດ້ານຄົງຄ້າງ
ແລະ
ມາດຕະການໃນການແກ້ໄຂ
ແລະ