ກອງປະຊຸມ ຊປປລ ພະແນກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ໃນວັນທີ 08 ສິງຫາ 2023 ເວລາ 08:30 ຕອນເຊົ້າ, ໜ່ວຍຊາວໜຸ່ມພະແນກພັດທະນາຊົນນະບົດ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ຂະບວນການຂໍ້ແຂງຂັນ 4 ບຸກຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ແກ້ວຕາເພັດ ບຸນທະວົງຊັບ ເລຂາໜ່ວຍຊາວໜຸ່ມ ແລະ ທ່ານ ວັດທະນາ ວິນາວົງ ຮອງເລຂາ ຄະນະ ຊປປລ ຮາກຖານກົມພັດທະນາຊົນນະບົດ ມີບັນດາເລຂາ, ຮອງເລຂາ ຕາງໜ້າໜ່ວຍຊາວໜຸ່ມຂຶ້ນກັບ ຄະນະ ຊປປລ ຮາກຖານກົມພັດທະນາຊົນນະບົດ ແລະ ສະມາຊິກຊາວໜຸ່ມພາຍໃນ ໜ່ວຍເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 3 ສະຫາຍ.
ໃນກອງປະຊຸມ ໄດ້ດໍາເນີນກ່າວຈຸດປະສົງ ການປະເມີນ ຊາວໜຸ່ມ 4 ບຸກ ປະຈຳປີ 2023 ເພື່ອຍົກສູງຄຸນນະພາບ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ມີແບບແຜນວິທີການ ເຄື່ອນໄຫວທີ່ຖືກຕ້ອງ, ຊຶ່ງໃນການປະເມີນໄດ້ສະແດງໃຫ້ເຫັນ ດ້ານຕັ້ງໜ້າ, ຈຸດດີ, ຈຸດອ່ອນສາເຫດພາຍໃຫ້ມີຈຸດດີ ແລະ ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວ ໃນປີ 2023, ຈາກນັ້ນກອງປະຊຸມກໍ່ໄດ້ຮັບຟັງກົດລະບຽບໃນການປະເມີນຂໍ້ແຂ່ງຂັນ 4 ບຸກ ໃນແຕ່ລະດ້ານ.
ກອງປະຊຸມຍັງໄດ້ັຮັບຟັງການໂອ້ລົມ ອັນມີຄວາມໝາຍຄວາມສໍາຄັນ ແລະ ເລິກເຊິ່ງ ຂອງສະຫາຍ ວັດທະນາ ວິນາວົງ, ຮອງເລຂາ ຄຊປປລ ຮາກຖານກົມພັດທະນາຊົນນະບົດ ຊຶ່ງໄດ້ເປັນເຂັມທິດເຍືອງທາງ ແລະ ເປັນຂີດ ໝາຍອັນສໍາຄັນ ໃຫ້ໜ່ວຍຊາວໜຸ່ມພະແນກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ເອົາໄປເປັນທິດຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສໍາເລັດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ການຜ່ານບົດສໍາຫຼວດຕາມາດຕະຖານ 4 ບຸກ ຂອງແຕ່ລະສະຫາຍ ພາຍໃນໜ່ວຍ ສາມາດສະຫຼຸບ, ຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງຂອງຕົນເອງ ຕິດແທດກັບສະພາບຕົວຈິງ ແລະ ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ແມ່ນໄດ້ຮັບການຢັ້ງຢືນ, ເອກະພາບເປັນໝູ່ຄະນະໃນທີ່ປະຊຸມ ແລະ ສາມາດສັງລວມຜົນການປະເມີນໄດ້ດັ່ງນີ້:
1.
ປະເພດ
ແຂງ
(9-10)
ມີ:
08
ສະຫາຍ,
ຍິງ
04
ສະຫາຍ;
2.
ປະເພດ
ກາງ
(7-8,9)
ມີ:
00
ສະຫາຍ,
ຍິງ
00
ສະຫາຍ;
3.
ປະເພດ
ອ່ອນ
(6,9
ລົງມາ)
ມີ:
00
ສະຫາຍ,
ຍິງ
00
ສະຫາຍ;
ຫຼັງຈາກນັ້ນ,
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ສິ້ນສຸດລົງໃນ ເວລາ
12:00
ໂມງ ຂອງວັນດຽວກັນ.