Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ກອງປະຊຸມ ຊປປລ ພະແນກບໍລິຫານ ແລະ ແຜນການ

    ໃນວັນທີ 15 ສິງຫາ 2023 ເວລາ 13:30 ຕອນແລງ, ທີ່ ຫ້ອງປະຊຸມໃຫຍ່ ຂອງກົມພັດທະນາຊົນນະບົດ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ຂອງ ໜ່ວຍ ຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກບໍລິຫານ ແລະ ແຜນການ ປະຈຳປີ 2023.

    ໃນກອງປະຊຸມ ຍັງໄດ້ຮັບກຽດເປັນປະທານຮ່ວມໂດຍ ສະຫາຍ ປັນຍາສິດ ສິມພະລີ ຄະນະ ຊປປລ ຮາກຖານກົມພັດທະນາຊົນນະບົດ ແລະ ສະຫາຍ ລັດຕະນະພອນ ສຸກສາຄອນ ເລຂາໜ່ວຍ ຊປປລ ພະແນກບໍລິຫານ ແລະ ແຜນການ ໄດ້ກ່າວເປີດກອງປະຊຸມ ການຈັດຕັ້ງປະຕິບັດ ການປະເມີນ ຂະບວນການ ຊາວໜຸ່ມ 4 ບຸກ ຂອງ ໜ່ວຍ ຊປປລ ພະແນກບໍລິຫານ ແລະ ແຜນການ ໃນບັ້ນດຳເນີນການປະເມີນການຈັດຕັ້ງປະຕິບັດ ບັນດາຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ເພື່ອຍົກສູງຄຸນນະພາບທາງດ້ານການເມືອງ,​ ແນວຄິດ, ການຈັດຕັ້ງ ແລະ ມີ ແບບແຜນວິທີການເຄື່ອນໄຫວທີ່ຖືກຕ້ອງ.     

    ຈາກນັ້ນ ສະຫາຍ ປັນຍາສິດ ສິມພະລີ ຄະນະ ຊປປລ ຮາກຖານ ກົມພັດທະນາຊົນນະບົດ ໃຫ້ທິດຊີ້ນຳເປັນເຂັມທິດເຍືອງທາງໃຫ້ ໃນການຈັດຕັ້ງປະຕິບັດ ການປະເມີນ ຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິບັດລາວວາງອອກຄື:  ຄື: j ບຸກທາງດ້ານແນວຄິດ ໃຫ້ສະມາຊິກຊາວໜຸ່ມມີແບບແຜນວິທີຄິດຢ່າງວິທະຍາສາດ, ມີຄວາມກ້າວໜ້າ, ຮັບປະກັນໃຫ້ມີຄວາມເອກະພາບຕໍ່ແນວທາງນະໂຍບາຍຂອງລັດ, ມີວິໄສທັດກວ້າງໄກ, ຮັກຊາດຮັກລະບອບປະຊາທິປະໄຕ;  k ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ມີ ຄວາມຮູ້, ຄວາມສາມາດ, ມີຄຸນທາດການເມືອງຫຼາຍຂຶ້ນໃນດ້ານຕ່າງໆ, ຮຽນຮູ້ຄຸນສົມບັດສິນທຳປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ຂອງປະຊາຊົນ; l ບຸກດ້ານວຽກງານການຈັດຕັ້ງ: ກໍ່ສ້າງການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່, ມີສະຕິຕໍ່ການຈັດຕັ້ງ ແລະ ເຄົາລົບລະບຽບກົດໝາຍ; m ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ: ປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມຄວາມຮັບຜິຊອບຂອງຕົນໃຫ້ໄດ້ຮັບຜົນດີ, ດ້ວຍຄວາມຮັບຜິດຊອບສູງ ແລະ ມີລະບຽບວິໄນ.

    ຫຼັງຈາກນັ້ນ, ກໍ່ໄດ້ດຳເນີນການປະເມີນ ເປັນເວລາ ເຄິງວັນ ໂດຍຜ່ານການຕີລາຄາ ການຈັດຕັ້ງປະເມີນຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍ ຊປປລ ພະແນກບໍລິຫານ ແລະ ແຜນການ ສາມາດຕີລາຄາຜົນໄດ້ຮັບມືຄືດັ່ງນີ້:

    ໜ່ວຍ ຊປປລ ພະແນກ ບໍລິຫານ ແລະ ແຜນການ ມີສະມາຊິກມີຈໍານວນທັງໝົດ 22  ສະຫາຍ, ຍິງ 11 ສະຫາຍ. ໃນນັ້ນ ມີໜ້າເຂົ້າຮ່ວມການປະເມີນຕົວຈິງ ຈໍານວນ 19 ສະຫາຍ, ຍິງ 9 ສະຫາຍ, ບໍ່ສາມາດເຂົ້າຮ່ວມການປະເມີນໄດ້ ມີ 03 ສະຫາຍ ແມ່ນຕິດພາລະກິດເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຈໍານວນ 3 ສະຫາຍ.

      ຜ່ານການປະເມີນ ສະມາຊິກ ຊປປລ ໜ່ວຍ ພະແນກບໍລິຫານ ແລະ ແຜນການ ສາມາດສັງລວມ ຜົນການປະເມີນ ໄດ້ດັ່ງນີ້:

  1. ປະເພດ ແຂງ 9-10 ມີ:            22 ສະຫາຍ, ຍິງ 11 ສະຫາຍ;

  2. ປະເພດ ກາງ 7-8,9 ມີ:            00 ສະຫາຍ, ຍິງ 00 ສະຫາຍ;

  3. ປະເພດ ອ່ອນ 6,9 ລົງມາ ມີ:      00 ສະຫາຍ, ຍິງ 00 ສະຫາຍ.

    ຜ່ານ​ການປະເມີນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ໜ່ວຍ ຊປປລ ພະແຜນບໍລິຫານ ແລະ ແຜນການ ຕໍ່ກັບການຈັດຕັ້ງຂໍ້ແຂງຂັນດັ່ງກ່າວ ແມ່ນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກ ສະຫາຍ ປັນຍາສິດ ສິມພະລີ ຄະນະ ຊປປລ ຮາກຖານ  ກົມພັດທະນາຊົນນະບົດ ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ສັງເກດເຫັນວ່າກອງປະຊຸມມີບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ບັນດາສະຫາຍ ໄດ້ຈັດຕັ້ງປະຕິບັດ ບັນດຳເນີນຊາວໝຸ່ມ 4 ບຸກ ດ້ວຍຄວາມຮັບຜິດຊອບສູງ, ຖືວ່າໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ການຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ ໃຫ້ດຳເນີນໄປຕາມແຜນການດຳເນີນ ການປະເມີນຂໍ້ແຂງຂັນ 4 ບຸກ ປະຈຳປີ 2023 ຂອງ ຄະນະ ຊປປລ ຮາກຖານ ກົມພັດທະນາຊົນນະບົດ.

    ກອງປະຊຸມ​ໄດ້​ປິດ​ລົງ​ໃນ​ເວລາ 16:30 ​ໂມງ ຂອງ​ວັນ​ດຽວ​ກັນ.