Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ

ໃນວັນທີ 19 ກໍລະກົດ ຜ່ານມານີ້, ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ ບັນດາ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງກະສິກຳແລະ ປ່າໄມ້ ຮ່ວມກັບ ສູນຄົ້ນຄວ້າການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປ່ອຍລູກປາ ຫຼາຍຊະນິດ ຈຳນວນ 150.000 ໂຕ ລົງສູ່ອ່າງເກັບນ້ຳເພາະລ້ຽງຂອງສູນຄົ້ນຄວ້າການປະມົງໜອງແຕ່ງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ, ໃນນັ້ນ: ມີ ປາປາກ, ປາເກັດແລບ, ປາມະລີການ, ປານິນ ແລະ ປາໄນ.ພ້ອມນີ້, ຍັງໄດ້ປ່ອຍພໍ່ແມ່ພັນປາພື້ນເມືອງ, ມີ ປາກົດ, ປາສ້ອຍ, ປາເຄິງ ແລະ ປາເໝັ້ນ ຫລາຍກວ່າ 1.000 ໂຕ. ໃນພິທີປ່ອຍປາຄັ້ງນີ້ຕ່າງໜ້າໃຫ້ຄະນະນຳກົມພັດທະນາຊົນນະບົດ ໂດຍ ທ່ານ ນ. ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ 3 ອົງການຈັດຕັ້ງມະຫາຊົນຂອງກົມພດທະນາຊົນນະບົດ ເຂົ້າຮ່ວມພິທີຢ່າງຟົດຟື້ນ.