ກອງປະຊຸມເຄື່ອຂ່າຍບ້ານອາຊຽນ ທີ່ ປະເທດ ອິນໂດເນເຊຍ.
ທ່ານ ຄຳພູວົງ ຄຳເເຫວນ ຮອງຫົວໜ້າພະເເນກປະສານງານ ແລະ ຮ່ວມມື, ກົມພັດທະນາຊົນນະບົດ ຕາງໜ້າຈຸດປະສານງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ສປປ ລາວ (SOMRDPE Focal Point) ແລະ ຕາງໜ້າໂຮງງານ ຜະລິດນໍ້າມັນໝາກພ້າວສະກັດເຢັນ ວິລະວົງ ສະມາຊິກຂອງຜະລິດຕະຜັນ ODOP ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ເຄືອຂ່າຍບ້ານອາຊຽນ ຄັ້ງທີ 2 ແລະ ກອງປະຊຸມທີ່ກ່ຽວຂ້ອງ (The 2nd ASEAN Village Network Meeting) ໃນໄລຍະວັນທີ 27 ສິງຫາ - 01 ກັນຍາ 2024 ທີ່ປະເທດ ອິນໂດເນເຊຍ. ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ອິນໂດເນເຊຍ (SOMRDPE Indonesia) ແລະ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ Abdul Halim Iskandar ລັດຖະມົນຕີກະຊວງບ້ານ, ພັດທະນາເຂດດ້ອຍໂອກາດ ແລະ ການເຄື່ອນຍ້າຍຖິ່ນຖານ ອິນໂດເນເຊຍ, ທ່ານ ຮັກສາການເລຂາທິການແຂວງ East Java, ເຈົ້າໜ້າທີ່ອາວຸໂສພັດທະນາພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ສິງກາໂປ ໃນນາມເປັນປະທານ Chair of SOMRPE ຊຶ່ງມີບັນດາ SOMRDPE Focal Point ອາຊຽນ, ອາຊຽນບວກສາມ ແລະ ກອງເລຂາອາຊຽນ, ບັນດາຜູ້ນຳຂັ້ນບ້ານຂອງຈາກບ້ານທ່ອງທ່ຽວຂອງອິນໂດເນເຊຍ ເຂົ້າຮ່ວມ.
ກອງປະຊຸມ ເຄືອຂ່າຍບ້ານອາຊຽນ ຄັ້ງທີ 2 ແລະ ກອງປະຊຸມທີ່ກ່ຽວຂ້ອງ (The 2nd ASEAN Village Network Meeting ແມ່ນມີຄວາມໝາຍສໍາຄັນໃນວຽກງານພົວພັນຮ່ວມມື ໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ລະຫວ່າງບັນດາປະເທດສະມາຊິກອາຊຽນ, ກໍຄືບັນດາປະເທດອາຊຽນບວກສາມ ແລະ ບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ປະກອບມີ: 1) ກອງປະຊຸມ ເຄືອຂ່າຍບ້ານອາຊຽນ ຄັ້ງທີ 2, 2)ສຳມະນາເເລກປ່ຽນບົດຮຽນ ກ່ຽວກັບ ການເພີ່ມປະສິດທິພາບຂອງ ເສດຖະກິດບ້ານທັນໄໝ ກ່ຽວກັບແບ່ງປັນຄວາມຮູ້ກ່ຽວກັບການພັດທະນາການທ່ອງທ່ຽວບ້ານ (Optimizing Digital/Smart Village Economy ASEAN knowledge sharing on village tourism Development), 3) ຢ້ຽມຢາມຮຽນຮູ້ການພັດທະນາບ້ານທ່ອງທ່ຽວ ຢູ່ເມືອງມາລັງ (Malang), ເມືອງບາຕຸ່ (Batu) ເເຂວງ East Java ແລະ ຮັບຊົມການສະເເດງສິນລະປະວັດທະນະທໍາ ຂອງ ປະເທດອິນໂດເນເຊຍ.
ຜົນໄດ້ຮັບຂອງການເຂົ້າຮ່ວມກອງປະຊຸມ ແລະ ກິດຈະກໍາຕ່າງໆ
- ໄດ້ຮັບຟັງການລາຍງານສະພາບການພັດທະນາບ້ານຂອງປະເທດອິນໂດເນເຊຍຈາກບັນດາຜູ້ນຳບ້ານເປັນຕົ້ນເເມ່ນ ເເມ່ນການພັດທະນາບ້ານຕາມຮູບເເບບການທ່ອງທ່ຽວຕິດພັນກັບທຳມະຊາດ, ຍຸດທະສາດພັດທະນາການທ່ອງທ່ຽວຂອງເມືອງ, ການນຳໃຊ້ດິຈິຕອນເຂົ້າໃນການຄ້າທັນສະໄຫມ ຢູ່ເຂດຊົນນະບົດ ;
- ໄດ້ຮັບຟັງການນຳສະເໜີການບໍລິການການທ່ອງທ່ຽວຕິດພັນກັບທຳມະຊາດ ຈາກຜູ້ນຳຊຸມຊົນຂອງ ໄທ;
- ໄດ້ຮັບຟັງການນຳສະເໜີ ການຫັນເປັນດິຈິຕອນໃນລະດັບຊຸມຊົນຂອງບ້ານອັດສະລິຍະ ແລະ ໝູ່ເກາະອັດສະລິຍະ ຈາກອົງການ ITU;
- ໄດ້ຮັບຟັງການນຳສະເໜີ ການພັດທະນາບ້ານການທ່ອງທ່ຽວເເບບຍຶນຍົງ ຈາກອົງການ Swisscontact ເພື່ອການພັດທະນາ ອິນໂດເນເຊຍ;
- ໄດ້ຮັບຟັງການນຳສະເໜີ ສະພາບລວມໂຄງການຂອບການຮ່ວມມືອາຊຽນ ແລະ ກົນໄກດ້ານເເຫຼ່ງທຶນ ຈາກ ກອງເລຂາອາຊຽນ;
- ສປປ ລາວ ກໍໄດ້ນຳເໜີ ຮ່າງ ແຜນການຈັດຕັ້ງປະຕິບັດເຄືອຂ່າຍບ້ານອາຊຽນ ໂດຍໄດ້ຍົກໃຫ້ ການສົ່ງເສີມການຜະລິດສິນຄ້າ ODOP ກໍເປັນໜຶ່ງໃນກິດຈະກຳທີ່ຊ່ວຍໃນການເເກ້ໄຂຄວາມທຸກຍາກໃຫ້ປະຊາຊົນໄດ້ ເນື່ອງຈາກເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນບ້ານ ແລະ ຊາວກະສິກອນທີ່ສະໜອງສິນຄ້າກະສິກຳໃຫ້ເເກ່ການຜະລິດ ODOP ເຖິງວ່າຈະເປັນຂະຫນາດນ້ອຍ ແລະ ຂັ້ນເລີ່ມຕົ້ນ ເເຕ່ກໍສາມາດເຮັດໃຫ້ມີຄວາມຍືນຍົງໄດ້ເນື່ອງຈາກຜະລິດຕະຜັນ ຫຼື ສິນຄ້າ ເປັນທີ່ຕ້ອງການຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ;
- ໄດ້ໄປຢ້ຽມຢາມບ້ານ Pujon Kidul ເມືອງ Malang ແລະບ້ານ Tulungrejo ເມືອງ Batu ຊຶ່ງເປັນບ້ານທ່ອງທ່ຽວທຳມະຊາດເເບບມີ Homestay ບໍລິການນັກທ່ອງທ່ຽວ; ຫຼັງຈາກນັ້ນ ກໍໄດ້ເຂົ້າຮ່ວມການສະແດງສິລະປະວັດທະນະທຳຢູ່ງານລ້ຽງວັດທະນະທຳ Kanjuruhan ຢູ່ Kepanjen;
- ໄດ້ບົດຮຽນ, ປະສົບການ ຈາກການຈັດກອງປະຊຸມລະດັບພາກພື້ນໃນຄັ້ງນີ້ ເພື່ອເປັນພື້ນຖານໃຫ້ເເກ່ການເປັນເຈົ້າພາບຂອງວຽກງານພັດທະນາຊົນນະບົດ ໃນອານາຄົດ.